text
stringlengths
25
516
ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້ ທີ່ໄດ້ມາຈາກບົດກອນເກົ່າ
ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ ຊື່ Maud Gonne ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້
ລາວເວົ້າສິ່ງນີ້ ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ ຕຳ່ດ້ວຍໄໝຄຳ ແລະ ແສງເງິນ ສີຟ້າ ແລະ ສີມົວ ແລະ ສີມືດຂອງຜືນຜ້າ ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ ແຕ່ຂ້ອຍຄົນທຸກ ມີແຕ່ຄວາມຝັນ ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ ຈົ່ງຍ່າງດ້ວຍຄວາມລະວັງ ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ